SBS Lao is a podcast that provides independent news and stories from SBS Audio, connecting listeners to life in Australia and the Lao-speaking Australian community. It covers current events and cultural topics relevant to Lao-Australians.
Episodes

Be prepared for snake season in Australia - ການກຽມຕົວ ສໍາລັບລະດູງູໃນອອສເຕຣເລັຍ
Snakes are often seen in Australia in spring and summer. You may also see one at other times of year, depending on the weather. Here are some expert tips on snake behaviour and what to do if you see one. - ງູມັກຈະຖືກພົບເຫັນໃນລະດູໃບໄມ້ປົ່ງ ແລະລະດູຮ້ອນ. ທ່ານອາດຈະເຫັນງູໃນເວລາອື່ນຂອງປີ ແລ້ວແຕ່ສະພາບອາກາດ. ນີ້ແມ່ນຄໍາແນະນໍາຈາກຜູ້ຊ່ຽວຊານກ່ຽວກັບພຶດຕິກັມງູ ແລະສິ່ງທີ່ຄວນເຮັດຖ້າພົບເຫັນງູ.

ກອກຢາຜິດກົດໝາຍ ກັບ ອັດຕາການສູບຢາ.
ຕລາດຢາສູບຜິດກົດຫມາຍຂອງອອສເຕຣເລັຍ ໄດ້ຫຼຸດລົງເປັນຄັ້ງທໍາອິດໃນຮອບ 5 ປີ, ທ່າມກາງການຍຶດຢາສູບຜິດກົດຫມາຍ ແລະ Vapes ເປັນປວັດການ. ຜູ້ຊ່ຽວຊານດ້ານສຸຂະພາບ ຍິນດີກັບການປ່ຽນແປງນີ້, ແຕ່ເຕືອນວ່າ ສິນຄ້າລາຄາຖືກໃນຕລາດມືດ ຍັງມີຢູ່ຢ່າງກວ້າງຂວາງ, ເຮັດໃຫ້ຊາວອອສເຕຣເລັຍ ຕິດ Nicotine ແລະ ເຮັດໃຫ້ຜູ້ສູບຢາເລີກສູບ ໄດ້ຍາກຂຶ້ນ.#sbsaudiopodcast

ປັນຫາ ແລະ ອະນາຄົດຂອງ Nvidia'
ຜົນກະທົບຍັງຄົງມີຢ່າງຕໍ່ເນື່ອງສໍາລັບ Nvidia ແລະ Jensen Huang. Jensen Huang, CEO ຂອງ Nvidia ປະເຊີນກັບການກວດສອບໃຫມ່ ກ່ຽວກັບການມີຄວາມສໍາພັນກັບຜູ້ຍິງຄົນຫນຶ່ງ ທີ່ຖືກກ່າວຫາໂດຍໜ່ວຍຂ່າວລັບ ຂອງສະຫະຣັດວ່າ ເປັນສາຍລັບຈີນ. ນີ້ເປັນເຫດຜົນທີ່ຄນະບໍຣິຫານ Nvidia ຄາດວ່າ ຈະປະຊຸມເພື່ອຕັດສິນອະນາຄົດ ຂອງຫົວຫນ້າທີ່ກໍາລັງປະສົບກັບປັນຫາ.#sbsaudiopodcast

ສລຸບຂ່າວປະຈຳອາທິດ 19 ພິຈິກ 2026
ສລຸບຂ່າວປະຈຳອາທິດ 19 ພິຈິກ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ...ນາຍົກຣັດຖະມົນຕີອອສເຕຣເລັຍ ໃນການປະຊຸມຜູ້ນໍາ Quad ໃນ Manila *** ... ...ການອອກຈໍາຫນ່າຍ ທີ່ລໍຖ້າມາດົນຂອງ Grand Theft Auto 6 ແລະໃນຂ່າວກິລາ *** ... ....Cameron Bancroft ກ່າວວ່າ "ທີມທັງຫມົດ" ຮູ້ກ່ຽວກັບກໍຣະນີການດັດແປງລູກບານ (Ball tampering).#sbsaudiopodcast

ສລຸບຂ່າວປະຈຳອາທິດ 13 ພິຈິກ 2026
ສລຸບຂ່າວປະຈຳອາທິດ 13 ພິຈິກ 2026 ຫົວຂໍ້ຂ່າວປະຈຳອາທິດນີ້ ມີດັ່ງຕໍ່ໄປນີ້: ** ຜູ້ອໍານວຍການ Nvidia Jensen Huang ລາອອກ ຫຼັງຈາກມີຄວາມສໍາພັນລັບ ກັບຜູ້ຖືກສົງສັຍວ່າເປັນສາຍລັບຈີນ... ** ເດັກຊາຍວັຍລຸ້ນຄົນຫນຶ່ງ ຖືກພົບຢ່າງປອດພັຍ ຫຼັງຈາກຫາຍໄປ 6 ມື້ໃນປ່າ Victoria. ** ແລະໃນກິລາ, ເກມເຕະບານຂອງ Socceroos ກັບ Jordan ໄດ້ຍ້າຍໄປທີ່ Doha ເນື່ອງຈາກການກັງວົນດ້ານຄວາມປອດພັຍ.#sbsaudiopodcast

ຜົນການເລືອກຕັ້ງໃນ New Zealand.
ການເລືອກຕັ້ງຂອງ New Zealand ບໍ່ສາມາດບົ່ງບອກຜູ້ໄດ້ໄຊຊນະທີ່ຊັດເຈນໄດ້. ພັກ National Party ຂອງນາຍົກຣັດຖະມົນຕີ Christopher Luxon ໄດ້ຮັບທີ່ນັ່ງຫຼາຍທີ່ສຸດ, ແຕ່ຜູ້ນໍາພັກ Labour, Chris Hipkins ປະຕິເສດທີ່ຈະຍອມຮັບຄວາມພ່າຍແພ້. ຊາວ New Zealand ຫຼາຍລ້ານຄົນ ໄດ້ລົງຄະແນນສຽງເລືອກຕັ້ງ, ຮວມເຖິງຫຼາຍພັນຄົນ ທີ່ອາສັຍຢູ່ຕ່າງປະເທດ, ຫຼາຍຄົນໃນອອສເຕຣເລັຍ.... ແລະບໍ່ວ່າພັກໃດກໍຕາມທີ່ຊນະອໍານາດ ແລະຈັດຕັ້ງຣັດຖະບານ - ຄວາມກົດດັນດ້ານຄ

ອັດຕາການວ່າງງານໃນ ອອສເຕຣເລັຍ.
ອັດຕາການວ່າງງານໃນ ອອສເຕຣເລັຍໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງຄາດວ່າຈະເພີ່ມຂຶ້ນຕໍ່ໄປ ຕລອດປີ 2027 ຕໍ່ເນື່ອງໄປເຖິງປີ 2028. ເມື່ອເດືອນກ່ອນ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ໄດ້ເຜີຍວ່າ ອັດຕາການວ່າງງານໄດ້ເຖິງລະດັບສູງສຸດ ໃນຮອບ 5 ປີ (ຕັ້ງແຕ່ເດືອນຕຸລາ 2021) ຊຶ່ງສະແດງໃຫ້ເຫັນວ່າ ອັດຕາການວ່າງງານ ໄດ້ສູງກວ່າທີ່ຕລາດໄດ້ຄາດໄວ້ເລັກນ້ອຍ ເປັນ 4.7 ເປີເຊັນ. ບາງບໍຣິສັດໃຫຍ່ ແລະມີຊື່ສຽງ

ອັດຕາການວ່າງງານໃນ ອອສເຕຣເລັຍ.
ອັດຕາການວ່າງງານໃນ ອອສເຕຣເລັຍໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງຄາດວ່າຈະເພີ່ມຂຶ້ນຕໍ່ໄປ ຕລອດປີ 2027 ຕໍ່ເນື່ອງໄປເຖິງປີ 2028. ເມື່ອເດືອນກ່ອນ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ໄດ້ເຜີຍວ່າ ອັດຕາການວ່າງງານໄດ້ເຖິງລະດັບສູງສຸດ ໃນຮອບ 5 ປີ (ຕັ້ງແຕ່ເດືອນຕຸລາ 2021) ຊຶ່ງສະແດງໃຫ້ເຫັນວ່າ ອັດຕາການວ່າງງານ ໄດ້ສູງກວ່າທີ່ຕລາດໄດ້ຄາດໄວ້ເລັກນ້ອຍ ເປັນ 4.7 ເປີເຊັນ. ບາງບໍຣິສັດໃຫຍ່ ແລະມີຊື່ສຽງ

ການລົງມະຕິຖອດຖອນ Pete Hegseth.
Donald Trump ກໍາລັງປ້ອງກັນຣັດຖະມົນຕີການປ້ອງກັນປະເທດຂອງລາວ Pete Hegseth, ໃນຂນະທີ່ສະມາຊິກສະພານິຕິບັນຍັດພັກ Republican ກຳລັງບັງຄັບໃຫ້ມີການລົງມະຕິຖອດຖອນ Pete Hegseth. Thomas Massie ກ່າວຫາ Hegseth ວ່າໄດ້ກະທໍາສົງຄາມກັບ Iran ຢ່າງຜິດກົດຫມາຍ ໂດຍບໍ່ໄດ້ຮັບອະນຸມັດຈາກສະພາ Congress ແລະຖືກກ່າວຫາວ່າ ໄດ້ໃຊ້ອໍານາດໃນທາງທີ່ຜິດ. ແຕ່ Hegseth ມີການສນັບສນູນ ຈາກພັກ Republican ຫຼາຍພໍ ທີ່ຈະ ຊນະຄໍາສັ່ງຖອດຖອນຕໍາແຫນ່ງຫຼືບໍ່?#s

ສລຸບຂ່າວປະຈຳອາທິດ 5 ພິຈິກ 2026
ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ....... ໄຊຊນະທີ່ຍິ່ງໃຫຍ່ ສໍາລັບພັກ Democrats ໃນການເລືອກຕັ້ງກາງວາຣະຂອງສະຫະຣັດ. ...... ມີຜູ້ເສັຍຊີວິດ ຢ່າງນ້ອຍ 40 ຄົນ ຫຼັງຈາກການໂຈມຕີຂອງຣັສເຊຍ ຕໍ່ຈຸດແຈກຈ່າຍຄວາມຊ່ວຍເຫຼືອໃນ Ukraine. ແລະໃນຂ່າວກິລາ, ນັກເທນນິສໃນຕຳນານ Rafael Nadal ກັບຄືນມາສູ່ເດີ່ນອີກເທື່ອໜຶ່ງ.

ຂ່າວການຈະຣາຈົນໃນປະເທດ Germany.
ການປະທ້ວງໃນ Germany ທີ່ຈັດຂຶ້ນໂດຍເຍົາວະຊົນ ແລະການເຄື່ອນໄຫວທີ່ເອີ້ນວ່າ Gen Z Takes Charge ໄດ້ກໍ່ໃຫ້ເກີດຄວາມຮຸນແຮງໃນຫຼາຍເມືອງ. ທາງການ German ກໍາລັງເຕືອນວ່າ ຈະມີການລົງໂທດຢ່າງຮຸນແຮງສຳລັບຜູ້ຮັບຜິດຊອບ ຕໍ່ການຈະຣາຈົນຄັ້ງນີ້. ຄວາມບໍ່ສງົບ ເກີດຂຶ້ນທ່າມກາງຄວາມບໍ່ພໍໃຈທີ່ເພີ່ມຂຶ້ນ ກ່ຽວກັບຄ່າຄອງຊີບ, ການສຶກສາ ແລະບໍຣິການສາທາຣະນະ. ໃນຂນະດຽວກັນ ທາງການ German ຍັງໄດ້ເພີ່ມຄວາມເຂັ້ມງວດ ໃນການຄວບຄຸມຊາຍແດນ ເນື່ອງຈາກມີຄວາມກັ

How people shape change, and why your voice matters | How Australia Works - ຜູ້ຄົນສາມາດປ່ຽນແປງຫຍັງໄດ້ແດ່? ແລະສຽງຂອງທ່ານມີຄວາມສຳຄັນຢ່າງໃດ? ອອສເຕຣເລັຍເຮັດວຽກແນວໃດ?
Can a small group change a local council decision? When Julie learns her community library may close, she joins other residents in a campaign to save it. Her story explores how you can take part in Australian democracy by signing petitions, attending community meetings, contacting councillors and voting. - ກຸ່ມນ້ອຍໆ ກໍສາມາດປ່ຽນແປງການຕັດສິນ ຂອງສະພາທ້ອງຖິ່ນໄດ້ຫຼືບໍ່? ເມື່ອ Julie ຮູ້ວ່າຫ້ອງສມຸດຊຸມຊົນ
Recommended

Aussie Real Estate Podcast

Raising Teens with Collett Smart

Kids Ministry & Leadership Podcast

4BC Mornings

Coaching Hypnosis

SACKED: AFL

The Kylecast

Deepthink

Australian Dental Council Exam Prep Podcast

The Mushroom Murder Trial: Erin Patterson’s True Crimes

Good Areas Podcast

From Idea to Intellectual Property
